ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຂໍແຈ້ງມາຍັງພະນັກງານ-ອາຈານ ແລະ ນັກສຶກສາພາຍໃນມະຫາວິທະຍາໄລແຫ່ງຊາດ ເພື່ອຊາບວ່າ: The Hitachi Global Foundation ປະເທດຍີ່ປຸ່ນ ກໍາລັງຈັດການແຂ່ງຂັນຂຽນບົດຄວາມ The Hitachi Global Foundation Asia Innovation Award 2020 ພາຍໃຕ້ຫົວຂໍ້: “Science, Technology and Innovation for Sustainable Development Goals (STI for SDGs)”; ຜູ້ທີ່ມີຄວາມສົນໃຈ ຕ້ອງສະໝັກ ແລະ ສົ່ງຜົນງານຂອງຕົນຜ່ານທາງ Online ໂດຍບໍ່ໃຫ້ກາຍວັນທີ 30 ມິຖຸນາ 2020.
ຜູ້ຊະນະເລີດ ຈະໄດ້ຮັບລາງວັນເປັນເງິນສົດຈຳນວນໜຶ່ງ ແລະ ຈະໄດ້ໄປເຜີຍແຜ່ບົດຄວາມຂອງຕົນທີ່ ໂຕກຽວ ປະເທດຍີ່ປຸ່ນ ໃນເດືອນ ມັງກອນ 2021. ຜູ້ທີ່ມີຄວາມສົນໃຈ ສາມາດເຂົ້າເບິ່ງວິທີການສະໝັກ ແລະ ລາຍລະອຽດເພີ່ມເຕີມໄດ້ທີ່: https://kurata-srv.hitachi-zaidan.org/InnovationAward/?pw=20g23